ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2024 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດສະມາຊິກອາຊຽນ, ປະເທດ ຕີມໍເລດສະເຕ  ແລະ ຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນການເລີ່ມຕົ້ນຂອງກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມໃນຂັ້ນລັດຖະມົນຕີໃນຂອບການຮ່ວມມືດ້ານວຽກງານປ້ອງກັນຊາດ ໃນປີ 2024 ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”; ໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ພາຍຫລັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ, ໂດຍສະເພາະ ການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ, ລວມທັງການປັບປຸງບັນດາກົນໄກ ແລະ ກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ.

ກອງປະຊຸມ ໄດ້ເຫັນດີເປັນເອກະສັນ ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ເຊິ່ງຮ່າງໂດຍກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນນາມເປັນປະທານອາຊຽນ ໃນປີ 2024. ເນື້ອໃນຫຼັກຂອງຖະແຫຼງການດັ່ງກ່າວ ແມ່ນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຕະຫຼອດໄລຍະ 10 ປີຜ່ານມາ ນັບແຕ່ປີ 2015–2025, ເຊິ່ງເປັນການປະກອບສ່ວນອັນສໍາຄັນຂອງຂະແໜງການປ້ອງກັນຊາດ ຂອງອາຊຽນ ເຂົ້າໃນການປົກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

 ກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ,ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ, ລວມທັງການສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ, ການພັດທະນາຂີດຄວາມສາມາດໃນການເຮັດວຽກຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ, ການຮ່ວມມືໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືດ້ານຄວາມໝັ້ນຄົງທາງລະບົບຄອມພີວເຕີ, ວຽກງານຊາວໜຸ່ມ, ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.  ໃນຖະແຫຼງການຄັ້ງນີ້, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນໄດ້ສະແດງຄວາມໝາຍໝັ້ນຮ່ວມກັນຄື: ຮັກສາບົດບາດຂອງກອງປະຊມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ເປັນກົນໄກການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນຂັ້ນສູງສຸດຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ແລະ ຮັບຮູ້ຜົນປະໂຫຍດລວມຂອງເພື່ອນອາຊຽນ ແລະ ຄູ່ຮ່ວມມືທີ່ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ;  ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການທະຫານ ໂດຍຜ່ານບັນດາກົນໄກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃນການເຮັດວຽກຮ່ວມກັນຂອງບັນດາປະເທດສະມາຊິກ ໂດຍຜ່ານການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ; ປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ວິໄສທັດຂອງປະຊາຄົມອາຊຽນໄລຍະ 20 ປີ (2025 – 2045) ໃນຂະແໜງການປ້ອງກັນຊາດ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີປະສິດທິພາບ, ທັນເວລາ ແລະ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ, ພ້ອມທັງສະແດງຄວາມຄາດຫວັງຕໍ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ ແລະ ການປະກອບສ່ວນຂອງຂະແໜງການປ້ອງກັນຊາດ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

  1. ທ່ານສາມາດດາວໂຫຼດ ບົດຖະແຫຼ່ງຂ່າວ ໄດ້ທີ່ນີ້ / You can download press statement here
  2. ທ່ານສາມາດດາວໂຫຼດ ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສໍາເລັດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໄດ້ທີ່ນີ້.
  3. You can download Joint Statement by the ADMs on ADMM’s Accomplishments of the Implementation of APSC Blueprint 2025 here.

ກອງທັບປະຊາຊົນລາວ (kongthap.gov.la)