ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ຮ່ວມກັບ ພະນະທ່ານ ແອນໂຕນີ ອານບານີຊີ (Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021. ການຮ່ວມມືທີ່ມີໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ, ການຫັນປ່ຽນທາງດ້ານດີຈີຕອນ, ຄວາມໝັ້ນຄົງທາງດ້ານພະລັງງານ, ການປ່ຽນແປງດິນຟ້າອາກາດ, ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະ ອື່ນໆ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN Initiative). ພ້ອມນີ້,​ ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.​

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃຫມ່ຂອງ ອົດສະຕຣາລີ ເຊັ່ນ: 1). ການສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ແລະ 2). ການສະໜອງທຶນການສຶກສາລະດັບປະລິນຍາໂທ ຈໍານວນ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບູລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ. 

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ

ພິເສດ, ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: 1.) ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົດສະຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການເມວເບີນ ວ່າດ້ວຍການຮ່ວມມືເພື່ອອະນາຄົດ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນຕໍ່ໜ້າ.

ດາວໂຫຼດຖະແຫຼງການ/Download [ASEAN-AU agreed] Vision Statement here.

ດາວໂຫຼດຖະແຫຼງການ/Download [ASEAN-AU agreed] Melbourne Declaration here.

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂຶ້ນກ່າວບົດປາໄສ ຢູ່ ກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ເພື່ອສະເຫຼີມສະຫຼອງ
ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ອົດສະຕຣາລີ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສົ່ງເສີມການຄ້າ-ການລົງທຶນ, ພະລັງງານສະອາດ, ການປ່ຽນແປງດ້ານດິນຟ້າອາກາດ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ, ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະ ໄລຍະຍາວ.

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະທານຮ່ວມ ກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ກັບ ພະນະທ່ານ ແອນໂຕນີ ອານບານີຊີ (Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ

ສປປ ລາວ ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ ໃນປີ 2021-2024.

ພ້ອມດຽວກັນນີ້,​ ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບູລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພ້ອມທັງ ໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການຈັດຕັ່້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ໃຫ້ເປັນຮູບປະທໍາ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

ຮູບພາບ&ຂ່າວ: ກົມການຂ່າວ&ກົມອາຊຽນ ກະຊວງການຕ່າງປະເທດ