ໃນວັນທີ 27-29 ກຸມພາ 2024 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ຄັ້ງທີ 13 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ, ຜູ້ຊົງຄຸນວຸດທິຂອງ ສປປ ລາວ ໃນໜ່ວຍງານເພາະກິດຂັ້ນສູງ ເພື່ອຮ່າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 ແລະ ທ່ານ ດາໂຕ ຊາຍນູດິນ ບິນ ຢາຢາ, ຜູ້ຊົງຄຸນວຸດທິຂອງ ມາເລເຊຍ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າຂັ້ນສູງ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ.

ກອງປະຊຸມດັ່ງກ່າວ ເປັນກອງປະຊຸມທໍາອິດຂອງຄະນະສະເພາະກິດລະດັບສູງ ທີ່ຈັດຂຶ້ນໃນໄລຍະການເປັນປະທານ ອາຊຽນ ຂອງ ສປປ ລາວ ເພື່ອປຶກສາຫາລືຮ່າງແຜນຍຸດທະສາດ ສໍາລັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, เຊິ່ງເປັນໜຶ່ງໃນແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.

ການຮ່າງແຜນຍຸດທະສາດດັ່ງກ່າວ ແມ່ນໜຶ່ງໃນຂົງເຂດບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ວິໄສທັດປະຊາຄົມອາຊຽນ 2045 ຈະເປັນວິໄສທັດເພື່ອສືບຕໍ່ ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025.