ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ (AEM RETREAT) ຄັ້ງທີ 30 ລະຫວ່າງວັນທີ 08-09 ມີນາ 2024, ທີ່ ຫຼວງພະບາງ, ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດ ຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີເສດຖະກິດອາຊຽນ ຈາກບັນດາປະເທດສະມາຊິກອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານ ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ພ້ອມທັງການ ໃຫ້ທິດຊີ້ນໍາດ້ານນະໂຍບາຍເຊິ່ງຕິດພັນກັບການຈັດຕັ້ງປະຕິບັດທຸກວຽກງານທີ່ປິ່ນອ້ອມເສົາຄໍ້າເສດຖະກິດອາຊຽນ ເຊັ່ນ: ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ແລກປ່ຽນຄໍາຄິດ ເຫັນກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້, ຊຶ່ງເປັນການສຶບຕໍ່ຈາກຜົນສໍາເລັດໃນ ການເປັນປະທານອາຊຽນ ຂອງປະເທດ ອິນໂດເນເຊຍ ໃນປີ 2023 ທີ່ຜ່ານມາ ເພື່ອເຮັດໃຫ້ ອາຊຽນ ມີຄວາມ ເຂັ້ມແຂງຂືຶ້ນກ່ອນເກົ່າ ແລະ ມີຄວາມຢືດຢຸ່ນຂຶ້ນຕື່ມສໍາລັບປະຊາຄົມເສດຖະກິດອາຊຽນ (AEC) ພາຍຫລັງປີ 2025. ພ້ອມ ທັງການຄາດຄະເນດ້ານເສດຖະກິດ ສໍາລັບພາກພື້ນ ແລະ ໃນໂລກ.

ກອງປະຊຸມຈະໄດ້ປຶກສາຫາລືກັນກ່ຽວກັບ ປະຊາຄົມເສດຖະກິດອາຊຽນ ຊຶ່ງຈະໄດ້ຫາລື ແລະ ລົງເລິກ ຕິດພັນກັບຫລາຍບັນຫາເຊັ່ນ: ການສະເໜີ ແຜນບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024. ກອງປະຊຸມຈະໄດ້ປະກອບຄໍາເຫັນໃສ່ ແຜນບູລິມະສິດທີ່ ສປປ ລາວ ສະເໜີ ແລະ ຮັບຮອງເອົາ PEDs ດັ່ງກ່າວ. ນອກນັ້ນ ກອງປະຊຸມຍັງຈະໄດ້ຫາລື ແຜນບູລິມະສິດ ປີ 2024 ແລະ ຮັບຮອງເອົາແຜນວຽກບູລິມະສິດຂອງບັນດາຫນ່ວຍງານດ້ານວິຊາການຕ່າງໆ ທີ່ຢູ່ພາຍໃຕ້ການ ຊີ້ນໍາ ຂອງລັດຖະມົນຕີເສດຖະກິດອາຊຽນ ຊິ່ງລວມເອົາແຜນບູລິມະສິດດ້ານເສດຖະກິດອາຊຽນ ຂອງ ສປປ ລາວ. ພ້ອມທັງຮັບຊາບແຜນບູລິມະສິດປີ 2024 ທີ່ບໍ່ຢູ່ພາຍໃຕ້ການຊີ້ນໍາຂອງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຮັບຟັງການລາຍງານຄວາມຄືບຫນ້າຂອງຜົນການບັງຄັບໃຊ້ສັນຍາຕ່າງໆ ຂອງປະຊາຄົມເສດຖະກິດອາຊຽນ AEC. ຫາລື ແລະ ຮັບຊາບການລາຍງານຄວາມຄືບຫນ້າ ການເຈລະຈາຍົກລະດັບ ສັນຍາການຄ້າດ້ານຜະລິດຕະພັນອາຊຽນ (ATIGA), ເພື່ອໃຫ້ທິດຊີ້ນໍາ ແລະ ເຮັດແນວໃດໃຫ້ໝັ້ນໃຈວ່າການເຈລະຈາມີຄວາມຄືບໜ້າ ແລະ ເປັນໄປ ຕາມເປົ້າໝາຍທີ່ວາງໄວ້.

ນອກນັ້ນ, ກອງປະຊຸມຈະໄດ້ຮັບຊາບຄວາມຄືບຫນ້າການເຈລະຈາສັນຍາ ເສດຖະກິດດິຈິຕອນອາຊຽນ (DEFA).  ພ້ອມທັງ ປຶກສາຫາລືຂໍ້ລິເລີ່ມທີ່ຍືນຍົງພາຍໃຕ້ປະຊາຄົມເສດຖະກິດ ອາຊຽນ ແລະ ຮັບຊາບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມທີ່ຍືນຍົງດັ່ງກ່າວ, ລວມທັງຍຸດທະສາດຄວາມເປັນກາງທາງດ້ານຄາບອນ Carbon Neutrality),  ແຜນງານສໍາລັບເສດຖະກິດໝູນວຽນຂອງປະຊາຄົມເສດຖະກິດອາຊຽນ (the Framework for Circular Economy for the AEC),  ແລະ  ແຜນງານເສດຖະກິດສີຂຽວ (ASEAN Blue Economy Framework).

ຈະໄດ້ຫາລື ແລະ ແລກປ່ຽນຂໍ້ຄິດເຫັນກັນຕື່ມກ່ຽວກັບຍຸດທະສາດ ໃນພາກ ພື້ນ ເພື່ອສົ່ງເສີມການເຕີມໂຕທີ່ຍືນຍົງທາງດ້ານເສດຖະກິດໃນອາຊຽນ. ຮັບຊາບຄວາມຄືບຫນ້າ ຖະແຫລງການວ່າ ດ້ວຍຂອບວຽກສໍາລັບ ASEAN Industrial Project-Based Initiative (AIPBI) ແລະ ການຈັດ ຕັ້ງປະຕິບັດຖະແຫລງການຂັ້ນລັດຖະມົນຕີ. ກອງປະຊຸມຄັ້ງນີ້ຈະໄດ້ຮັບຮອງເອົາ ແຜນງານການອໍານວຍຄວາມສະ ດວກດ້ານການບໍລິການອາຊຽນ (ASFF).

          ກອງປະຊຸສືບຕໍ່ຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບ ວິໃສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຕ່າງໆ ຊຶ່ງຈະໄດ້ລົງເລິກ 2 ປະເດັນທີ່ສໍາຄັນຄື: ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມເສດຖະກິດອາຊຽນ ປີ 2025. ສະພາບຂອງການພັດທະນາວິໃສທັດປະຊາຄົມອາຊຽນ ປີ 2045 ແລະ ແຜນຍຸດທະສາດປະຊາຄົມເສດຖະກິດ ອາຊຽນ. ກອງປະຊຸມຈະໄດ້ພິຈາລະນາຄໍາແນະນໍາຂອງກອງປະຊຸມ HLTF-EI ຄັ້ງທີ 45 ທີ່ສະເໜີຫາລັດຖະມົນຕີເສດຖະກິດອາຊຽນ AEM ຄັ້ງນີ້, ລວມທັງການພັດທະນາວິ ໄສທັດ ຫລັງ ປີ 2025 ຂອງປະຊາຄົມເສດຖະກິດອາຊຽນ. ກອງປະຊຸມຈະໄດ້ຫາລື ດ້ານການຮ່ວມມື ກັບບັນດາປະ ເທດຄູ່ເຈລະຈາອາຊຽນ ຊິ່ງກວມເອົາ ປະເດັນທີ່ສໍາຄັນຄື: ຍຸດທະສາດອາຊຽນກ່ຽວກັບສິ່ງໃຫມ່ ແລະ ສິ່ງທີ່ກີດຂຶ້ນ ໃຫມ່ໃນເຂດການຄ້າເສລີອາຊຽນບວກໜຶ່ງ. ການເຈລະຈາຍົກລະດັບສັນຍາເຂດການຄ້າເສລີ ອາຊຽນ-ສປ ຈີນ (ACFTA) 3.0. ການທົບທວນຄືນ ສັນຍາ ການຄ້າດ້ານຜະລິດຕະພັນ ອາຊຽນ-ອິນເດຍ (AITIGA). ການ ຈັດຕັ້ງປະຕິບັດ ສັນຍາຮ່ວມມືຮອບດ້ານທາງດ້ານເສດຖະກິດລະດັບພາກພື້ນ (RCEP). ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໃນນາມປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບຢ່າງອົບອຸ່ນ ແລະ ແຈ້ງກ່ຽວກັບສະພາບຈຸດພິເສດຂອງແຂວງຫລວງພະບາງ ພິເສດແມ່ນເມືອງຫລວງ ພະພະບາງ  ເຊິ່ງເປັນເມືອງມໍລະດົກໂລກ ແລະ ເປັນເມືອງທ່ອງທ່ຽວທາງວັດທະນາທໍາ, ທຳມະຊາດທີ່ສວຍງາມໃນ ສປປ ລາວ ພ້ອມທັງເຊີນຊວນບັນດາ ລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທີ່ມາຮ່ວມປະຊຸມຫາໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ສວຍງາມໃນຕົວເມືອງຫລວງພະບາງ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈ ຕໍ່ການໃຫ້ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງຈະເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.