ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 38 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights ຫຼື AICHR) ໃນວັນທີ 20-23 ກຸມພາ 2024 ທີ່ ໂຮງແຮມເສດຖາປາລຣາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທູດ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ທັງເປັນປະທານຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຂອງແຕ່ລະປະເທດສະມາຊິກອາຊຽນ ປະຈຳຄະນະກຳມາທິການດັ່ງກ່າວ ແລະ ພະນັກງານຈາກກອງເລຂາອາຊຽນ. ນອກນັ້ນ, ກໍມີຜູ້ຕາງໜ້າຈາກປະເທດ ຕີມໍ ເລສເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສະໄໝສາມັນຄັ້ງທຳອິດຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ.

ໃນກອງປະຊຸມ, ບັນດາປະເທດສະມາຊິກອາຊຽນ ໄດ້ລາຍງານ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນປະເທດຂອງຕົນ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນວຽກ 5 ປີ (2021-2025) ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນວຽກບູລິມະສິດຕ່າງໆ ຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກໍຄື ບັນດາຂໍ້ລິເລີ້ມ ແລະ ກິດຈະກໍາ/ໂຄງການຕ່າງໆຂອງບັນດາປະເທດສະມາຊິກອາຊຽນ ເປັນຕົ້ນແມ່ນ ການຈັດກອງປະຊຸມສໍາມະນາໃນຂົງເຂດສິດທິມະນຸດໃນຫົວຂໍ້ຕ່າງໆເຊັ່ນ: ການສົ່ງເສີມບົດບາດຍິງ-ຊາຍຕໍ່ກັບວຽກງານສິດທິມະນຸດ ແລະ ທຸລະກິດ, ສິດທິມະນຸດ ແລະ ສິ່ງແວດລ້ອມ, ສິດທາງດ້ານການສຶກສາ, ສິດທິແມ່ຍິງ ແລະ ເດັກນ້ອຍ, ສິດທິຄົນພິການ ແລະ ຂົງເຂດອື່ນໆ, ການເຮັດບົດສືກສາຄົ້ນຄວ້າ ໃນຫົວຂໍ້ຕ່າງໆ ເຊັ່ນ: ສິດໃນການມີສັນຕິພາບ, ແລະ ສິດໃນການໄດ້ຮັບນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືແຜນວຽກບູລິມະສິດໃນປີ 2024, ລວມທັງການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026-2030).

ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ຖືກສ້າງຕັ້ງຂື້ນຕາມມາດຕາ 4 ຂອງກົດບັດອາຊຽນ ເຊິ່ງເອກະສານພາລະບົດບາດຂອງຄະນະກໍາມາທິການ ໄດ້ຖືກຮັບຮອງເອົາໃນປີ 2009. ແຕ່ລະປະເທດອາຊຽນ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນ ປະຈຳຄະນະກຳມາທິການດັ່ງກ່າວ ເຊິ່ງມີອາຍຸການ 3 ປີ ແລະ ສາມາດຕໍ່ໄດ້ 1 ສະໄໝ. ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ເປັນອົງກອນຫຼັກຂອງອາຊຽນໃນການສົ່ງເສີມການຮ່ວມມືດ້ານສິດທິມະນຸດໃນການສ້າງປະຊາຄົມອາຊຽນ ບົນພື້ນຖານຈຸດພິເສດຂອງພາກພື້ນ ແລະ ຂອງແຕ່ລະປະເທດ.

ຮູບພາບ&ຂ່າວ: ກົມການຂ່າວ&ກົມອາຊຽນ ກະຊວງການຕ່າງປະເທດ