ໃນຕອນເຊົ້າຂອງວັນທີ 10 ສິງ​ຫາ 2023 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້​ກຽດເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກ ລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາອະນຸກໍາມະການ ກໍຄື ກະຊວງຂະແໜງການຕ່າງໆ.

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດໃນຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າຂອງການ​ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາໜ້າ​ວຽກຂອງບັນດາອະນຸກໍາມະການຕ່າງໆ​ໃນ​ການ​ກະ​ກຽມ ແລະ ດຳ​ເນີນ​ການ​ເປັນ​ປະ​ທານ​ອາ​ຊຽນ ຂອງ ສ​ປ​ປ ລາວ ໃນ​ປີ 2024 ເຊັ່ນ: ດ້ານເນື້ອໃນ; ການກະກຽມທີ່ພັກ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ; ສະຖານທີ່ຈັດກອງປະຊຸມ; ອຸປະກອນຮັບໃຊ້ກອງປະຊຸມ; ການກະກຽມບຸກຄະລາກອນ; ​ແຜນງົບປະມານ; ແລະ ການກະກຽມຄວາມພ້ອມດ້ານອຶ່ນໆ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າໃນການກະກຽມ ຄຳຂັວນ, ກາໝາຍປະທານອາຊຽນ ແລະ ວີດີໂອສັ້ນສຳລັບການຮັບປະທານອາຊຽນຂອງ ສປປ ລາວ ເພື່ອກຽມໄປຮັບປະທານອາຊຽນ ຈາກ ອິນໂດເນເຊຍ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນວັນທີ 4-7 ກັນຍາ 2023 ທີ່ ຈາກາກຕາ, ອີນໂດເນເຊຍ.

ໃນຕອນທ້າຍກອງປະຊຸມ, ທ່ານ ສອນໄຊ ສີພັນດອນ  ໄດ້ໃຫ້ທິດຊີ້ນຳແກ່ບັນດາອະນຸກຳມະການຕ່າງໆ ໃຫ້ສືບຕໍ່ດຳເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງຂະ  ແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານເນື້ອໃນ,​ ດ້ານພາລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມໃນຂະແໜງການຂອງຕົນ ເພື່ອເປັນພື້ນຖານໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນຢູ່ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.