ວັນທີ 7 ມິຖຸນາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ສືບຕໍ່ເປັນປະທານ ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ກ່ຽວກັບ ການເປັນສະມາຊິກອາຊຽນຂອງຕີມໍແລັດສະເຕ (ACCWG on Timor-Leste’s Membership in ASEAN) ຈັດຂຶ້ນ ທີ່ ໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ, ຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມ ຂອງອາຊຽນ ແລະ ຕີມໍແລັດສະເຕ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດຄໍາຕົກລົງທີ່ຜູ້ນຳອາຊຽນທີ່ໄດ້ເຫັນດີໃນດ້ານຫຼັກການຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກອາຊຽນ ປະເທດທີ່ 11, ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານການເຂົ້າເປັນສະມາຊິກອາຊຽນສົມບູນຂອງຕີມໍແລັດສະເຕ ທີ່ຖືກຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ທີ່ຜ່ານມາ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໃນການສ້າງຂີດຄວາມສາມາດໃຫ້ແກ່ ຕີມໍແລັດສະເຕ ໂດຍການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ກໍຄື ຄູ່ຮ່ວມມືພາຍນອກ ເພື່ອກະກຽມຄວາມພ້ອມໃນການເຂົ້າເປັນສະມາຊິກອາຊຽນ.

ໃນມື້ດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ກໍໄດ້ສືບຕໍ່ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ.

ກອງປະຊຸມເຈົ້າໜ້າທີອາວຸໂສອາຊຽນບວກສາມ (APT SOM) ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ແລະ ທິດທາງການຮ່ວມມືໃນອະນາຄົດ ແລະ ໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄືການເສີມສ້າງຄວາມເຂັ້ມແຂງຂອງພາກພື້ນ ໂດຍຜ່ານການຮັດແໜ້ນການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອຮັບມືກັບສີ່ງທ້າທ້າຍຕ່າງໆທີ່່ຈະເກີດຂຶ້ນໃນອະນາຄົດ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS SOM) ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ຂະແໜງການບູລິມະສິດຂອງ ອີເອເອັສ ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອັສ ສະບັບໃໝ່ ສໍາລັບໄລຍະປີ 2024-2028 ໃຫ້ເປັນຮູບປະທໍາ ແລະ ເພິ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ແນໃສ່ສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການຟື້ນຟູທາງດ້ານເສດຖະກິດ ແລະ ສັງຄົມຢ່າງຮອບດ້ານ ເພື່ອກ້າວໄປສູ່ການພັດທະນາເສດຖະກິດ ທີ່ມີການຂະຫຍາຍຕົວ ແລະ ຍືນຍົງ. ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.