ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR) – 6/2024 CPR Meeting). ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ.

            ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ, ປັບປຸງການເປັນປະເທດປະສານງານຂອງອາຊຽນ ກັບບັນດາ ອົງການຈັດຕັ້ງພາກພື້ນທີ່ກ່ຽວຂ້ອງ ແລະ ປັບປຸງແຜນວຽກປະຈໍາປີຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ລວມທັງການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນເດືອນ ມິຖຸນາ 2024.

            ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຫຼື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫຼັງ ກົດບັດອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາຊຽນ ລວມມີ:

(ກ)      ສະຫນັບສະຫນູນວຽກງານຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາ ອົງກອນລັດຖະມົນຕີຂະແຫນງການຂອງອາຊຽນ;

(ຂ)      ປະສານງານກັບບັນດາກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີຂະແຫນງການຂອງອາຊຽນ;

(ຄ)      ປະສານງານ ກັບ ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບ ທຸກວຽກງານທີ່ກ່ຽວຂ້ອງ;

(ງ)       ອຳນວຍຄວາມສະດວກໃນການຮ່ວມມືຂອງອາຊຽນກັບພາຍນອກ; ແລະ

(ຈ)       ປະຕິບັດຫນ້າທີ່ອື່ນໆ ທີ່ອາດຈະກຳນົດໂດຍສະພາປະສານງານອາຊຽນ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ສໍາເລັດການເຈລະຈາເນື້ອໃນຮອບທໍາອິດຂອງຮ່າງແຜນຍຸດທະສາດ ສໍາລັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ຊຶ່ງເປັນໜຶ່ງໃນແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ການສ້າງແຜນຍຸດທະສາດດັ່ງກ່າວ ແມ່ນໜຶ່ງໃນບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ພ້ອມດຽວກັນນັ້ນ, ບັນດາຜູ້ຊົງຄຸນວຸດທິຂອງຄະນະສະເພາະກິດລະດັບສູງ ຍັງໄດ້ປຶກສາຫາລືກັບ ປະທານຄະນະສະເພາະກິດຮ່າງແຜນຍຸດທະສາດເສົາຄໍ້າເສດຖະກິດອາຊຽນ, ປະທານຮ່ວມຄະນະສະເພາະກິດຮ່າງແຜນຍຸດທະສາດເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ແລະ ປະທານຄະນະຮ່າງແຜນຍຸດທະສາດວ່າດ້ວຍການເຊື່ອມຈອດອາຊຽນ ເພື່ອຮັບປະກັນການສ້າງບັນດາແຜນຍຸດທະສາດເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ມີຄວາມກົມກຽວ ແລະ ໄປໃນທິດທາງດຽວກັນ.