ກອງປະຊຸມ ຄັ້ງທີ 14 ຂອງຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໄດ້ຈັດຂຶ້ນໃນວັນທີ 27-30 ເມສາ 2024 ທີ່ ພັດທະຍາ, ປະເທດໄທ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ, ຜູ້ຊົງຄຸນວຸດທິຂອງ ສປປ ລາວ ໃນຄະນະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 ແລະ ທ່ານ ດາໂຕະ ຊາຍນູດິນ ບິນ ຢາຢາ, ຜູ້ຊົງຄຸນວຸດທິຂອງ ມາເລເຊຍ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນເຈົ້າພາບຂອງໄທ, ເຂົ້າຮ່ວມໂດຍຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າຂັ້ນສູງ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ສໍາເລັດການເຈລະຈາເນື້ອໃນຮອບທໍາອິດຂອງຮ່າງແຜນຍຸດທະສາດ ສໍາລັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ຊຶ່ງເປັນໜຶ່ງໃນແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ການສ້າງແຜນຍຸດທະສາດດັ່ງກ່າວ ແມ່ນໜຶ່ງໃນບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ພ້ອມດຽວກັນນັ້ນ, ບັນດາຜູ້ຊົງຄຸນວຸດທິຂອງຄະນະສະເພາະກິດລະດັບສູງ ຍັງໄດ້ປຶກສາຫາລືກັບ ປະທານຄະນະສະເພາະກິດຮ່າງແຜນຍຸດທະສາດເສົາຄໍ້າເສດຖະກິດອາຊຽນ, ປະທານຮ່ວມຄະນະສະເພາະກິດຮ່າງແຜນຍຸດທະສາດເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ແລະ ປະທານຄະນະຮ່າງແຜນຍຸດທະສາດວ່າດ້ວຍການເຊື່ອມຈອດອາຊຽນ ເພື່ອຮັບປະກັນການສ້າງບັນດາແຜນຍຸດທະສາດເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ມີຄວາມກົມກຽວ ແລະ ໄປໃນທິດທາງດຽວກັນ.