ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບ ເອີຣົບ ຄັ້ງທີ 24​

ໃນວັນທີ 2 ກຸມພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບ ເອີຣົບ (ອາຊຽນ-ອີຢູ)  ຄັ້ງທີ 24 ປີ ທີ່ ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງຟີລິບປິນ ແລະ ອີຢູ.

ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອີຢູ ຕະຫຼອດໄລຍະ 47 ທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ. ນອກຈາກນັ້ນ, ບັນດາລັດຖະມົນຕີ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ພາຍໃຕ້ແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດ ອາຊຽນ-ອີຢູ (2022-2027), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ກວມເອົາທັງສາມເສົາຄໍ້າ ປະຊາຄົມອາຊຽນ ໂດຍສະເພາະ ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ຕ່ອງໂສ້ການສະໜອງ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງ ອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງ ອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທີ່ຍືນຍົງ ຜ່ານຍຸດທະສາດ Global Gateway ແລະ ຂໍ້ລິເລີ່ມ Team Europe ຂອງອີຢູ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 24 ເພື່ອເປັນທິດທາງໃຫ້ແກ່ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ.

ໃນວັນດຽວກັນ,​ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ອີຢູ ອິນໂດ-ປາຊີຟິກ ຄັ້ງທີ 3 ແລະ ໄດ້ກ່າວຄໍາເຫັນໃນພິທີເປີດ ໃນນາມປະທານອາຊຽນ ໂດຍ ທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວິໄສທັດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ (AOIP) ທີ່ເປັນແນວທາງໃຫ້​ອາ​ຊຽນ​ໃນ​ການ​ພົວພັນ ​ແລະ ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ແລະ ມະຫາ​ສະໝຸດ​ອິນ​ເດຍ ​ໂດຍ​ຜ່ານ​ກົນ​ໄກ​ທີ່​ອາ​ຊຽນນໍາພາ ທີ່ສອດຄ່ອງ​ກັບ​ຈຸດປະສົງ ​ແລະ ຫຼັກການ​ທີ່​ລະບຸໃນ AOIP, ໃນ 4 ຂົງ​ເຂດບູລິມະສິດ ຄື:​ການ​ຮ່ວມ​ມື​ທາງ​ທະ​ເລ, ການ​ເຊື່ອມ​ຈອດ, ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030​ ຂອງອົງການ ສປຊ, ດ້ານ​ເສດ​ຖະ​ກິດ ແລະ ການ​ຮ່ວມ​ມື​ອື່ນໆ​ທີ່​ເປັນ​ໄປ​ໄດ້.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດໃນພາກພື້ນອາຊີ-ປາຊີຟິກ ຈໍານວນໜຶ່ງ.