ໃນວັນທີ 17 ພະຈິກ 2023 ທີ່ ກະຊວງການຕ່າງປະເທດ,  ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີຊື່ວ່າ https://laoschairmanship2024.gov.la/ ໂດຍມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ປະທານຄະນະກໍາມະທິການສະພາແຫ່ງຊາດ, ຮອງເຈົ້າຄອງນະຄອນຫລວງ, ຮອງລັດຖະມົນຕີ ແລະ ຕາງຫນ້າບັນດາກົມກອງຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນພິທີຄັ້ງນີ້.

ພາຍຫລັງພິທີເປີດເວັບໄຊ້ປະທານອາຊຽນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນ ການກະກຽມໜ້າວຽກຮີບດ່ວນ ເຊັ່ນ: ການກຳນົດບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະ ສະະຖານທີ່ພັກເຊົາ; ພາຫະນະຂົນສົ່ງ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຄະນະຜູ້ແທນ ແລະ ນັກຂ່າວຕ່າງປະເທດ; ການປັບປຸງຖະໜົນຫົນທາງ ແລະ ສະຫນາມບິນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄວາມເປັນລະບຽບດ້ານຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ບຸກຄະລາກອນ; ແຜນງົບປະມານ; ສະຖານທີ່ທ່ອງທ່ຽວ ແລະ ອື່ນໆທີ່ມີຄວາມຈຳເປັນຕ້ອງກະກຽມລ່ວງໜ້າ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆມີຄວາມຄືບຫນ້າດີ ທີ່ຈະດໍາເນີນການເປັນປະທານອາຊຽນ ທີ່ຈະເລີ່ມຢ່າງເປັນທາງການໃນວັນທີ 1 ມັງກອນ 2024 ນີ້ ໂດຍສະເພາະ ການເປັນເຈົ້າພາບ ແລະ ປະທານບັນດາກອງປະຊຸມລະດັບລັດຖະມົນຕີທີ່ສໍາຄັນໃນໄລຍະປີ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນເດືອນ ຕຸລາ 2024.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການກະກຽມໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.  

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ກໍ່ໄດ້ໃຫ້ສຳພາດແກ່ບັນດາສື່ມວນຊົນລາວ ກ່ຽວກັບ ການກະກຽມຄວາມພ້ອມດ້ານຕ່າງໆຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ທີ່ ໃກ້ມາເຖິງນີ້.