ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່  ຫຼວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນເດືອນກັນຍາ 2023 ທີ່ ອິນໂດເນເຊຍ ແລະ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບວິທີທາງທີ່ເປັນຮູບປະທໍາ ແລະ ຍືນຍົງ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ, ຄວາມເປັນແກນກາງ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນທ່າມກາງສິ່ງທ້າທາຍຕ່າງໆໃນພາກພື້ນ ແລະ ສາກົນ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າທີ່ດີຂອງການຈັດຕັ້ງປະຕິບັດ 3 ແຜນແມ່ບົດປະຊາຄົມອາຊຽນ ແລະ ເຫັນດີດ້ວຍການທົບທວນ ແລະ ການປະເມີນຮອບດ້ານໄລຍະສຸດທ້າຍຂອງບັນດາແຜນແມ່ບົດປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ຈະເລີ່ມຂື້ນໃນໄວໆນີ້.

ປັດຈຸບັນ ອາຊຽນ ພວມຢູ່ໃນຂັ້ນຕອນການສ້າງວິໄສທັດປະຊາຄົມອາຊຽນ 2045 ລວມທັງ ແຜນຍຸດທະສາດຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໃນການຮ່າງວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງ: ປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ທີ່ມີປະຊາຊົນເປັນແກນກາງ.  ກອງປະຊຸມໄດ້ສຸກຍູ້ ການຮ່າງແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ໄດ້ສຳເລັດໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ວິໄສທັດດັ່ງກ່າວ ພ້ອມດ້ວຍບັນດາແຜນຍຸດທະສາດ ຈະຖືກຮັບຮອງເອົາໃນປີ 2025.

ກອງປະຊຸມໄດ້ປຶກສາຫາລື ແລະ ສະໜັບສະໜູນ 9 ບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫຼັກ  ຄື: ເພີ່ມທະວີການເຊື່ອມຈອດ” ແລະ “ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການເພີ່ມທະວີການເຊື່ອມຈອດ ປະກອບມີ 4 ບູລິມະສິດ ຄື: (1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, (2) ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ, ຊຶ່ງພາຍໃຕ້ບຸລິມະສິດນີ້ ອາຊຽນສະໜັບສະໜຸນການສ້າງສາຍສົ່ງພະລັງງານອາຊຽນ, (3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ແລະ (4) ວັດທະນະທໍາ ແລະ ສິລະປະ:  ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ພາຍໃຕ້ອົງປະກອບການເພີ່ມທະວີຄວາມເຂັ້ມແຂງ ປະກອບມີ 5 ບູລິມະສິດ ຄື: (1) ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, (2) ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, (3) ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ, (4) ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ, ແລະ (5) ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່.

ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງອາຊຽນກັບພາຍນອກ, ລວມທັງການສະເໜີຂອງບາງປະເທດເພື່ອເປັນຄູ່ຮ່ວມມືຂອງອາຊຽນ. ກອງປະຊຸມ ໄດ້ເນັ້ນຄວາມສຳຄັນຂອງການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ມີອາຊຽນເປັນຜູ້ນໍາພາ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການກະກຽມກອງປະຊຸມທີ່ສຳຄັນ ເປັນຕົ້ນແມ່ນ ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ ພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ອົດສະຕຣາລີ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ຈະຈັດຂື້ນໃນວັນທີ 2 ກຸມພາ 2024 ທີ່ ບຣຸກແຊນ, ປະເທດ ແບນຊິກ. ນອກຈາກນີ້,​ ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ຮູບພາບ ແລະ ຂ່າວ: ກົມການຂ່າວ ແລະ ກົມອາຊຽນ, ກະຊວງການຕ່າງປະເທດ