ວັນທີ 6 ມິຖຸນາ 2024, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 9 ບູລິມະສິດ ກໍຄືຫນ້າວຽກ ແລະ ແຜນງານຕ່າງໆສຳລັບການເປັນປະທານອາຊຽນຂອງ ສປປ ລາວ ເພື່ອຜັນຂະຫຍາຍຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຊຶ່ງໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ບັນຫາອື່ນໆທີ່ກ່ຽວຂ້ອງກັບ ການສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງໃນຕໍ່ຫນ້າ, ການສ້າງແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045, ຊື່ງມີ 4 ແຜນຍຸດທະສາດຄື: ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ພ້ອມນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ ກັບ ພາຍນອກ, ການສະເໜີຂອງບັນດາປະເທດທີ່ມີຄວາມສົນໃຈເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14, ແລະ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 31, ຊຶ່ງຈະຈັດຂຶ້ນໃນວັນທີ 24-27 ກໍລະກົດ 2024 ທີ່ ຈະມາເຖິງນີ້ ທີ່ ນະຄອນຫຼວງວຽງຈັນ.