ໃນວັນທີ 01 ມິຖຸນາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາ [ຮອງນາຍົກລັດຖະມົນຕີ], ລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ ທີ່ຂຶ້ນກັບ 14 ອະນຸກໍາມະການ ຮັບຜິດຊອບວຽກສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າຂອງບັນດາໜ້າວຽກຂອງ 14 ອະນຸກໍາມະການ ເຊັ່ນ: ດ້ານເນື້ອໃນ;ການອອກແບບກາໝາຍປະທານ; ການສ້າງວີດີໂອສັ້ນສໍາລັບການຮັບເປັນປະທານອາຊຽນ; ການກະກຽມທີ່ພັກ ແລະ ພາຫະນະສໍາລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ ຫຼື ນັກຂ່າວ; ສະຖານທີ່ຈັດກອງປະຊຸມ; ອຸປະກອນຮັບໃຊ້; ພະນັກງານຮັບໃຊ້ກອງປະຊຸມ; ແຜນງົບປະມານ; ການປັບປຸງເສັ້ນທາງ, ໄຟຟ້າ, ນໍ້າປະປາ, ສະຫນາມບິນ, ລະບົບການສື່ສານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈໍາເປັນຕ້ອງກະກຽມລ່ວງຫນ້າ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະ ໜ້າວຽກທີ່ຮີບດ່ວນທີ່ຕ້ອງໃຫ້ສໍາເລັດ ເພື່ອໃຫ້ທັນກັບການມອບ-ຮັບປະທານອາຊຽນ ຈາກອິນໂດເນເຊຍໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນເດືອນກັນຍາ 2023 ນີ້ ແລະ ຊຸກຍູ້ໃຫ້ບັນດາຂະແຫນງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານດ້ານເນື້ອໃນ, ດ້ານພະລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມກຽມພ້ອມ ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຂອງຕົນ ແລະ ສືບຕໍ່ກະກຽມຕ່າງໆ ໃຫ້ແກ່ການຈັດກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆ ທີ່ຈະຈັດຂື້ນຢູ່ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.