11 October 2024, Vientiane – Prime Minister Sonexay Siphandone presided over the 19th East Asia
Summit (EAS), attended by leaders of ASEAN, the People’s Republic of China, Japan, the Republic of Korea (ROK), the Republic of India, Australia, New Zealand, the Russia Federation, and the United States of America, as well as the Prime Minister of the Democratic Republic of Timor-Leste as an observer.

ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມື ອີເອເອສ ໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອີເອເອສ ກໍຄືການຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອສ ສໍາລັບສົກປີ 2024-2028 ຢ່າງເຕັມປ່ຽມ ແລະ ມີປະສິດທິພາບ ໂດຍເນັ້ນໃສ່ການຮ່ວມມືທີ່ເປັນບູລິມະສິດ ຄື: ການຮ່ວມມືດ້ານພະລັງງານ ແລະ ສິ່ງແວດລ້ອມ, ສາທາລະນະສຸກ, ການຄຸ້ມຄອງໄພພິບັດທາງທໍາມະຊາດ, ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການຮັດແໜ້ນການເຊື່ອມຈອດ-ເຊື່ອມໂຍງດ້ານຕ່ອງໂສ້ການຜະລິດ ແລະ ການຫັນໄປສູ່ເສດຖະກິດດີຈີຕອນ.

ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ ກໍຄືບົດບາດການນໍາພາກົນໄກຂອງ ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໂດຍສອດຄ່ອງກັບບັນດາຫຼັກການພື້ນຖານຂອງອາຊຽນ.

ໃນໂອກາດກອງປະຊຸມສຸດຍອດອີເອເອສຄັ້ງນີ້, ທ່ານປະທານສະພາເອີຣົບ ແລະ ທ່ານເລຂາທິການໃຫຍ່ອົງການຮ່ວມມືຊາງໄຮ້ ໄດ້ເຂົ້າຮ່ວມກອງປະຊຸມໃນນາມແຂກຂອງປະທານ ແລະ ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງໃນພາກພື້ນຂອງຕົນ. ອີເອເອສ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2005 ແລະ ໄດ້ກາຍເປັນເວທີໜຶ່ງດຽວໃນພາກພື້ນ ທີ່ເຕົ້າໂຮມບັນດາຜູ້ນໍາຂອງບັນດາປະເທດໃນພາກພື້ນທີ່ມີຄວາມຫຼາກຫຼາຍ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືທີ່ສ້າງສັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ທີ່ອາດຈະເກີດຂຶ້ນໃນຶະນາຄົດ.