ໃນວັນທີ 20 ພຶດສະພາ 2024, ທີ່ ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ, ກົມອາຊຽນ ໄດ້ເຮັດວຽກຮ່ວມກັບ Temasek Foundation ແລະ ກອງເລຂາອາຊຽນ ໄດ້ຈັດກອງປະຊຸມສໍາມະນາ ASEAN Prize Symposium 2024, ຊຶ່ງເປັນໜຶ່ງໃນວຽກງານຂອງການໂຄສະນາເຜີຍແຜ່, ຍົກສູງບົດບາດ ແລະ ຄວາມສຳຄັນຂອງ ASEAN Prize ກ່ອນການຄັດເລືອກຜູ້ໄດ້ຮັບລາງວັນໃນທີ 31 ພຶດສະພາ 2024 ນີ້. ການເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ ປະກອບມີຜູ້ຕາງໜ້າສະຖານເອກອັກຄະລັດຖະທູດຈາກປະເທດສະມາຊິກອາຊຽນ   ປະຈໍາ ສປປ ລາວ, ກອງເລຂາອາຊຽນ ແລະ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ. ນອກນີ້, ກອງປະຊຸມສຳມະນາຍັງໄດ້ຮວບໂຮມເອົາບັນດາຜູ້ທີ່ໄດ້ຮັບລາງວັນອາຊຽນໃນປີຜ່ານມາຕັ້ງແຕ່ປີ 2021 – 2023 ເພື່ອແລກປ່ຽນປະສົບການ ແລະ ສ້າງແຮງບັນດານໃຈໃຫ້ແກ່ຜູ້ສະໝັກເຂົ້າຮ່ວມເເຂ່ງຂັນຮັບລາງວັນ ASEAN Prize ປະຈໍາປີ 2024.