ໃນວັນທີ 10-11 ທັນວາ 2024 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນນາມປະທານອາຊຽນ ປີ 2024 ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄັ້ງທີ 19 ຂອງຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ, ຜູ້ຊົງຄຸນວຸດທິຂອງ ສປປ ລາວ ແລະ ທ່ານ ດາໂຕ ຊາຍນູດິນ ບິນ ຢາຢາ, ຮັກສາການຜູ້ຊົງຄຸນວຸດທິຂອງ ມາເລເຊຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າຂັ້ນສູງ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສືບຕໍ່ຮ່າງແຜນຍຸດທະສາດ ຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ຊຶ່ງເປັນໜຶ່ງໃນ 4 ແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ເປັນໜຶ່ງໃນຂົງເຂດບູລິມະສິດສຳລັບການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024.
ໃນໂອກາດນີ້ ຍັງໄດ້ມີການພົບປະກັນລະຫວ່າງ ຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ກັບ 3 ໜ່ວຍງານຂອງອາຊຽນທີ່ຮັບຜິດຊອບການຮ່າງແຜນຍຸດທະສາດຂອງປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ພ້ອມນັ້ນ, ຄະນະສະເພາະກິດລະດັບສູງ ຍັງໄດ້ພົບປະກັບ ຕາງໜ້າອົງການຊາວໜຸ່ມອາຊຽນ (ASEAN Youth Organization) ເພື່ອແລກປ່ຽນຄໍາຄິິດເຫັນ ໃນການສ້າງແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຫຼັງປີ 2025.